ສະຫຼຸບປະຊຸມໃຫ້ທ່ານ ແບບອັດຕະໂນມັດ

ຕັ້ງໃຈປະຊຸມໄດ້ເຕັມທີ່ ເລື່ອງ⁠ຈົດ⁠ບັນທຶກ ປ່ອຍໃຫ້ເຮົາ

ອັບໂຫຼດໄຟລ໌ສຽງ ຫຼື ກົດບັນທຶກໃນບຣາວເຊີໄດ້ເລີຍ. ທ່ານຈະໄດ້ບົດສະຫຼຸບທີ່ອ່ານງ່າຍ, ສິ່ງທີ່ຕົກລົງກັນ ແລະ ໃຜຕ້ອງເຮັດຫຍັງ, ພ້ອມແບ່ງປັນເປັນ PDF ຫຼື Word ໄດ້ເຖິງ 8 ພາສາ.

ບໍ່ຕ້ອງຈື່ລະຫັດຜ່ານ. ເຮົາຈະສົ່ງລະຫັດໄປທາງອີເມວ, ຖ້າຍັງບໍ່ມີບັນຊີ ປຸ່ມດຽວກັນນີ້ກໍສ້າງບັນຊີໃຫ້ເລີຍ.

4 ຂັ້ນຕອນ ຈາກສຽງປະຊຸມ ເປັນບົດລາຍງານ

ທຸກຢ່າງເຮັດຢູ່ເຊີບເວີ, ປິດແທັບໄດ້ເລີຍ. ກັບມາອີກເທື່ອ ບົດລາຍງານກໍລໍຖ້າທ່ານຢູ່ແລ້ວ.

  1. 1
    ໃສ່ API key ຂອງທ່ານ

    ແອັດມິນຂອງ Workspace ໃສ່ API key ພຽງຄັ້ງດຽວ, ຈະເປັນ metoken ຫຼື ເຈົ້າອື່ນກໍໄດ້. ສ່ວນໂມເດວ ເຮົາເລືອກໃຫ້ເອງ.

  2. 2
    ອັບໂຫຼດ ຫຼື ບັນທຶກ

    ລາກໄຟລ໌ສຽງມາວາງ (MP3, M4A, WAV ແລະ ອື່ນໆ, ສູງສຸດ 500 MB) ຫຼື ກົດບັນທຶກໃນບຣາວເຊີເລີຍກໍໄດ້.

  3. 3
    ເຮົາຖອດຄວາມ ແລະ ສະຫຼຸບໃຫ້

    ທ່ານຈະໄດ້ບົດລາຍງານທີ່ຈັດໄວ້ເປັນລະບຽບ: ບົດສະຫຼຸບ, ຫົວຂໍ້, ການຕັດສິນໃຈ ແລະ ລາຍການທີ່ຕ້ອງປະຕິບັດ ພ້ອມຜູ້ຮັບຜິດຊອບ ແລະ ກຳນົດສົ່ງ.

  4. 4
    ກວດ ແລ້ວແບ່ງປັນ

    ແກ້ລາຍການທີ່ຕ້ອງປະຕິບັດໃຫ້ຖືກຕ້ອງ ແລ້ວສົ່ງອອກເປັນ PDF ຫຼື Word ໄດ້ 8 ພາສາ.

ສິ່ງທີ່ທີມຂອງທ່ານໄດ້ ຫຼັງປະຊຸມຈົບ

ເຂົ້າໃຈພາສາຂອງທ່ານ ລວມທັງພາສາລາວ

ປະຊຸມເປັນພາສາລາວ, ໄທ ຫຼື ອັງກິດກໍໄດ້, ລະບົບຮູ້ເອງວ່າແມ່ນພາສາໃດ. ໜ້າຈໍມີພາສາລາວ ແລະ ອັງກິດ, ແລະ ຕອນຕັ້ງຄ່າ ຈະມີຄຳເຕືອນຖ້າໂມເດວໃດຍັງເກັ່ງພາສາລາວບໍ່ພໍ.

ບົດລາຍງານ 8 ພາສາ

PDF ຫຼື Word ເປັນພາສາລາວ, ໄທ, ອັງກິດ, ຈີນ, ຫວຽດ, ຂະແມ, ເກົາຫຼີ ຫຼື ຍີ່ປຸ່ນ ພ້ອມໂລໂກ້ ແລະ ຮູບແບບຂອງ Workspace ທ່ານເອງ.

ເຮັດວຽກເປັນທີມ

ເຊີນຄົນເຂົ້າມາເປັນ ແອັດມິນ, ສະມາຊິກ ຫຼື ຜູ້ຊົມ. ຜູ້ຊົມອ່ານ ແລະ ສົ່ງອອກໄດ້ ແຕ່ແກ້ໄຂຫຍັງບໍ່ໄດ້.

ໂຟນເດີ ທີ່ປິດເປັນສ່ວນຕົວໄດ້

ຈັດປະຊຸມເປັນໂຟນເດີ ແລະ ປິດໂຟນເດີທີ່ສຳຄັນ ໃຫ້ເຫັນສະເພາະຄົນທີ່ກ່ຽວຂ້ອງ.

ບົດລາຍງານຜູ້ບໍລິຫານ

ລວມທຸກປະຊຸມໃນຊ່ວງເວລາທີ່ເລືອກ ເປັນບົດລາຍງານດຽວ ພ້ອມອ້າງອີງກັບໄປຫາແຕ່ລະປະຊຸມ. ເປີດໃຊ້ເປັນລາຍບັນຊີ.

ບັນທຶກແບບໄດ້ຮັບອະນຸຍາດ

ບັນທຶກຈາກບຣາວເຊີໄດ້ເລີຍ. ກ່ອນເລີ່ມ ລະບົບຈະເຕືອນໃຫ້ທ່ານບອກທຸກຄົນໃນຫ້ອງກ່ອນ.

ແພັກເກດງ່າຍໆ ບໍ່ມີຫຍັງແອບແຝງ

ເຮົາບໍ່ເກັບເງິນຄ່າ AI ຈາກທ່ານ. ແຕ່ລະ Workspace ໃຊ້ key ຂອງຜູ້ໃຫ້ບໍລິການເອງ ແລະ ຈ່າຍໃຫ້ຜູ້ໃຫ້ບໍລິການໂດຍກົງ. ແພັກເກດພຽງແຕ່ກຳນົດວ່າ ແຕ່ລະເດືອນໃຊ້ໄດ້ຫຼາຍປານໃດ.

ຟຣີ

ໃຊ້ຜູ້ໃຫ້ບໍລິການໃດກໍໄດ້: OpenAI, Google, Anthropic, ElevenLabs ຫຼື ບໍລິການອື່ນທີ່ໃຊ້ຮ່ວມກັນໄດ້. ທ່ານຈ່າຍໃຫ້ເຂົາເຈົ້າໂດຍກົງ.

5

ບົດສະຫຼຸບຕໍ່ເດືອນ

  • Workspace ທີ່ເຈົ້າເປັນແອັດມິນ 1
  • ສະມາຊິກຕໍ່ Workspace 2
metoken
ແນະນຳ

ໃຊ້ metoken ທັງຖອດຄວາມ ແລະ ສະຫຼຸບ. key ດຽວ, ຈ່າຍເປັນເງິນກີບ.

100

ບົດສະຫຼຸບຕໍ່ເດືອນ

  • Workspace ທີ່ເຈົ້າເປັນແອັດມິນ 10
  • ສະມາຊິກຕໍ່ Workspace 50

ເຮົານັບການໃຊ້ງານແນວໃດ

  1. ກັນໄວ້ຕອນອັບໂຫຼດ

    ທຸກປະຊຸມທີ່ອັບໂຫຼດ ຫຼື ບັນທຶກ ຈະກັນໄວ້ 1 ບົດສະຫຼຸບ ຈາກໂຄຕ້າຂອງເດືອນນີ້.

  2. ນັບເມື່ອເຮັດສຳເລັດ

    ຈະນັບກໍຕໍ່ເມື່ອບົດລາຍງານພ້ອມແລ້ວເທົ່ານັ້ນ.

  3. ບໍ່ສຳເລັດ ໄດ້ຄືນ

    ຖ້າມີບັນຫາ ເຊັ່ນ ຜູ້ໃຫ້ບໍລິການ AI ລົ່ມ, ທ່ານກໍໄດ້ໂຄຕ້ານັ້ນຄືນ.

  • ຂີດຈຳກັດນັບເປັນລາຍຄົນ ແລະ ລວມທຸກ Workspace ທີ່ທ່ານຢູ່.
  • ສ້າງບົດລາຍງານໃໝ່ ຫຼື ປ່ຽນພາສາ ບໍ່ເສຍໂຄຕ້າ.
  • ການແປເພື່ອສົ່ງອອກ ບໍ່ນັບເຂົ້າໃນຂີດຈຳກັດ.
  • ເລີ່ມນັບໃໝ່ທຸກວັນທີ 1 ຂອງເດືອນ (ເວລາ UTC).
  • ຢາກໃຫ້ເຕືອນລ່ວງໜ້າບໍ? ເປີດການແຈ້ງເຕືອນທາງອີເມວເມື່ອໃຊ້ຮອດ 80%, ແລະ ເບິ່ງການນຳໃຊ້ໄດ້ທຸກເວລາທີ່ ຕັ້ງຄ່າ > ການນຳໃຊ້.

ຢາກໄດ້ເພີ່ມບໍ?

ບອກເຮົາໄດ້ເລີຍ. ເຮົາເພີ່ມຂີດຈຳກັດໃຫ້ທ່ານ ຫຼື ທັງ Workspace ໄດ້. ສົ່ງຄຳຂໍຈາກໃນແອັບ.

ຕິດຕໍ່ພວກເຮົາ

ຄວນຮູ້ກ່ອນເລີ່ມ

ແອັດມິນຕັ້ງຄ່າ AI ພຽງຄັ້ງດຽວ

Workspace ໃໝ່ຈະຂໍ API key ກ່ອນປະຊຸມທຳອິດ. ເຮົາເກັບ key ໄວ້ແບບເຂົ້າລະຫັດ ແລະ ຈະບໍ່ສະແດງໃນບຣາວເຊີອີກ.

ບອກທຸກຄົນວ່າກຳລັງບັນທຶກ

ການຂໍອະນຸຍາດຈາກຜູ້ເຂົ້າຮ່ວມ ເປັນໜ້າທີ່ຂອງຄົນທີ່ກົດບັນທຶກ.

ກວດບົດລາຍງານອີກຮອບ

ການຖອດຄວາມພາສາລາວຍັງພັດທະນາຢູ່. ກະລຸນາກວດຊື່, ຕົວເລກ ແລະ ລາຍການທີ່ຕ້ອງປະຕິບັດ ກ່ອນແບ່ງປັນ.

ຂໍ້ມູນເປັນຂອງທ່ານ

ສຽງ ແລະ ບົດລາຍງານເກັບໄວ້ຢູ່ເຊີບເວີນີ້. ສຽງຈະສົ່ງໄປຫາຜູ້ໃຫ້ບໍລິການ AI ຂອງ Workspace ເພື່ອປະມວນຜົນເທົ່ານັ້ນ. ດາວໂຫຼດສຳເນົາທັງໝົດໄດ້ທຸກເວລາ ດ້ວຍ ສົ່ງອອກຂໍ້ມູນຂອງຂ້ອຍ.

ຄຳຖາມທີ່ຫຼາຍຄົນຖາມ

ພ້ອມສຳລັບປະຊຸມຄັ້ງຕໍ່ໄປແລ້ວບໍ?

ເຂົ້າສູ່ລະບົບດ້ວຍອີເມວ, ພຽງບໍ່ເທົ່າໃດນາທີ ກໍພ້ອມໃຊ້ງານ.

ເລີ່ມຕົ້ນໃຊ້ງານ
MeNoteTaker.

ບົດບັນທຶກປະຊຸມ ໃນພາສາຂອງທ່ານ.